ລະບົບລາຍເຊັນເອເລັກໂຕຣນິກ CA
ລະບົບລາຍເຊັນເອເລັກໂຕຣນິກ ແມ່ນລະບົບລາຍເຊັນໃນຮູບແບບອອນລາຍ ທີທ່ານສາມາດສາມາດລົງລາຍເຊັນໄດ້ທຸກທີ່ ທຸກເວລາ, ທ່ານສາມາດເຊັນເອກະສານໄດ້ທັງໃນຄອມພິວເຕີ, ແທັບເລັດ ຫຼື ໂທລະສັບມືຖື, ທີ່ມີຄວາມສະດວກ ແລະ ປອດໄຟ ໂດຍມີການຢັ້ງຢັນການລົງລາຍເຊັນເອເລັກໂຕຣນິກ ຜ່ານໂທລະສັບ App Gov Softkey.
ທ່ານສາມາດ ຂຽນແບບຟອມລົງທະບຽນ ຂໍນຳໃຊ້ໃບຮັບຮອງ ລາຍເຊັນເອເລັກໂຕຮນິກ ພາກລັດ ນຳສູນອິນເຕີເນັດແຫ່ງຊາດ ໂດຍຜ່ານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ.
ເອກະສານຂໍນຳໃຊ້ ປະກອບມີ:
- ໜັງສືສະເໜີ ຂໍນຳໃຊ້ບໍລິການ ໃບຮັບຮອງລາຍເຊັນເອເລັກໂຕຣນິກ ຈາກພາກສ່ວນທີ່ກ່ຽວຂ້ອງ (ສະບັບແທ້)
- ສຳເນົາບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ
- ສຳເນົາບັດພະນັກງານ-ລັດຖະກອນ
ຕິຕໍ່ພົວພັນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຈຳປາສັກ ວຽກລະບົບ ລາຍເຊັນເອເລັກໂຕຣນິກ CA
ທ່ານ ກໍວິສິດ ໂສພັນທະວົງ
ວິຊາການ ຂະແໜງບໍລິຫານລັດດິຈິຕອນ
ໂທ: 020 97979659
ຕິຕໍ່ພົວພັນ ສູນອິນເຕີເນັດແຫ່ງຊາດ ວຽກລະບົບ ລາຍເຊັນເອເລັກໂຕຣນິກ CA
ໂທ 020 55454890


